1
ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດ, ດ້ວຍການສ້າງສັນ ຄວາມຈະເລີນ ງົດງາມ ທາງດ້ານສະຖາປັດຕະຍະກຳ ແລະ ສິ່ງແວດລ້ອມ; ປົກປັກຮັກສາອາຣິຍະທຳອັນດີງາມ ຂອງຊາດ ແລະ ພັດທະນາໂຄງລ່າງພື້ນຖານ ທາງດ້ານເຕັກນິກ ແລະ ສັງຄົມ ຢ່າງກົມກຽວ
2
ເສີມສ້າງ ຄວາມສາມັກຄີປອງດອງ ແລະ ເປັນເອກະພາບ ພາຍໃນຖັນແຖວສະມາຊິກ, ເພື່ອພ້ອມກັນຮັກສາ ແລະ ເຊີດຊູໄວ້ ຊຶ່ງກຽດ ແລະ ສັກສີ ແຫ່ງວິຊາຊີບສະຖາປັດຕະຍະກຳ ແລະ ວິສະວະກຳໂຍທາ ແລະ ຮ່ວມແຮງ ຮ່ວມໃຈກັນ ຈັດຕັ້ງປະຕີບັດ ບັນດາກິດຈະກຳອັນເປັນປະໂຫຍດ ຕໍ່ການປະກອບວິຊາຊີບຂອງສະມາຊິກ ແລະ ຕໍ່ສັງຄົມ.
3
ສົ່ງເສີມ ສະໜັບສະໜູນ ແລະ ເຜີຍແຜ່ ການສຶກສາ ຄົ້ນຄວ້າ, ການວິໄຈ ແລະ ການພັດທະນາ ດ້ານວິຊາການ ແລະ ວິຊາຊີບ ແກ່ສະມາຊິກ ແລະ ສັງຄົມ ເພື່ອຄວາມກ້າວໜ້າຂອງວຽກງານ ແລະ ການປະກອບວິຊາຊີບ ສະຖາປັດຕະຍະກຳ ແລະ ວິສະວະກຳ ໂຍທາ.
4
ຮ່ວມມືກັບ ບັນດາອົງການຈັດຕັ້ງ ຂອງລັດ, ສະຖາບັນການສຶກສາ ແລະ ສະມາຄົມ ທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ, ເພື່ອພັດທະນາ ແລະ ເຜີຍແຜ່ ອຸດົມການ, ບົດບາດ ແລະ ໜ້າທີ່ ຂອງ ສະຖາປະນິກ ແລະ ວິສະວະກອນໂຍທາ ໃຫ້ເປັນທີ່ຍອມຮັບ ຢ່າງກວ້າງຂວາງ.
5
ສະໜັບສະໜູນ ໃຫ້ມີກອງທຶນສະຫວັດດີການ ພາຍໃນສະມາຊິກ, ເພື່ອໃຫ້ສະມາຊິກມີສິດທິ ໄດ້ຮັບສະຫວັດດີການຕ່າງໆ ຕາມທີ່ສະມາຄົມ ແລະ ສະມາຊິກ ກຳນົດຂື້ນ.