ALACE

/
ALACE

About us

ສະມາຄົມ ສະຖາປະນິກ ແລະ ວິສະວະກອນໂຍທາ ລາວ ແມ່ນບ່ອນເຕົ້າໂຮມ ບັນດານັກວິຊາການ, ຜູ້ປະກອບວິຊາຊີບ ແລະ ຜູ້ທີ່ສົນໃຈ ໃນວິຊາຊີບ ສະຖາປັດຕະຍະກຳ ແລະ ວິສະວະກຳໂຍທາ ເພື່ອຈຸດປະສົງ ດັ່ງນີ້ :

1

ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດ, ດ້ວຍການສ້າງສັນ ຄວາມຈະເລີນ ງົດງາມ ທາງດ້ານສະຖາປັດຕະຍະກຳ ແລະ ສິ່ງແວດລ້ອມ; ປົກປັກຮັກສາອາຣິຍະທຳອັນດີງາມ ຂອງຊາດ ແລະ ພັດທະນາໂຄງລ່າງພື້ນຖານ ທາງດ້ານເຕັກນິກ ແລະ ສັງຄົມ ຢ່າງກົມກຽວ

2

ເສີມສ້າງ ຄວາມສາມັກຄີປອງດອງ ແລະ ເປັນເອກະພາບ ພາຍໃນຖັນແຖວສະມາຊິກ, ເພື່ອພ້ອມກັນຮັກສາ ແລະ ເຊີດຊູໄວ້ ຊຶ່ງກຽດ ແລະ ສັກສີ ແຫ່ງວິຊາຊີບສະຖາປັດຕະຍະກຳ ແລະ ວິສະວະກຳໂຍທາ ແລະ ຮ່ວມແຮງ ຮ່ວມໃຈກັນ ຈັດຕັ້ງປະຕີບັດ ບັນດາກິດຈະກຳອັນເປັນປະໂຫຍດ ຕໍ່ການປະກອບວິຊາຊີບຂອງສະມາຊິກ ແລະ ຕໍ່ສັງຄົມ.

3

ສົ່ງເສີມ ສະໜັບສະໜູນ ແລະ ເຜີຍແຜ່ ການສຶກສາ ຄົ້ນຄວ້າ, ການວິໄຈ ແລະ ການພັດທະນາ ດ້ານວິຊາການ ແລະ ວິຊາຊີບ ແກ່ສະມາຊິກ ແລະ ສັງຄົມ ເພື່ອຄວາມກ້າວໜ້າຂອງວຽກງານ ແລະ ການປະກອບວິຊາຊີບ ສະຖາປັດຕະຍະກຳ ແລະ ວິສະວະກຳ ໂຍທາ.

4

ຮ່ວມມືກັບ ບັນດາອົງການຈັດຕັ້ງ ຂອງລັດ, ສະຖາບັນການສຶກສາ ແລະ ສະມາຄົມ ທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ, ເພື່ອພັດທະນາ ແລະ ເຜີຍແຜ່ ອຸດົມການ, ບົດບາດ ແລະ ໜ້າທີ່ ຂອງ ສະຖາປະນິກ ແລະ ວິສະວະກອນໂຍທາ ໃຫ້ເປັນທີ່ຍອມຮັບ ຢ່າງກວ້າງຂວາງ.

5

ສະໜັບສະໜູນ ໃຫ້ມີກອງທຶນສະຫວັດດີການ ພາຍໃນສະມາຊິກ, ເພື່ອໃຫ້ສະມາຊິກມີສິດທິ ໄດ້ຮັບສະຫວັດດີການຕ່າງໆ ຕາມທີ່ສະມາຄົມ ແລະ ສະມາຊິກ ກຳນົດຂື້ນ.

ປະຫວັດຂອງສະມາຄົມ

ລາຍຊື່ປະທານ ສສວ ຕັ້ງແຕ່ການສ້າງຕັ້ງ ສະມາຄົມ ເຖິງປັດຈຸບັນ

1

ທ່ານ ສຈ ປອ ບຸນເຫລື່ອມ ສີສຸລາດ

2

ທ່ານ ສຈ ແສງຄຳ ພິນິດ

3

ທ່ານ ພອນໄຊ ສຸດທິພົງ ປີ 2014-2022

4

ທ່ານ ວົງໄພ ບຸນມະນີ ປີ 2022-2025

ໂຄງຮ່າງການຈັດຕັ້ງ

ລາຍຊື່ປະທານ ສສວ ຕັ້ງແຕ່ການສ້າງຕັ້ງ ສະມາຄົມ ເຖິງປັດຈຸບັນ

ຄະນະກຳມະການ

ສສວ ປະກອບດ້ວຍ 01 ຫ້ອງການ ແລະ 06 ຄະນະກຳມະການ ຊຶ່ງແມ່ນຄະນະຮັບຜິດຊອບ ການເຄື່ອນໄຫວວຽກງານຕ່າງໆ, ສ້າງຕັ້ງຂື້ນຕາມຄວາມຮຽກຮ້ອງຕ້ອງການ ຂອງວຽກງານຕົວຈິງ ໃນແຕ່ລະໄລຍະ ດັ່ງນີ້ :

ຫ້ອງການ ສສວ ປະກອບດ້ວຍ:
(1) ບໍລິຫານ-ແຜນການ ການເງິນ
(2) ຈັດຕັ້ງ
(3) ສະມາຊິກ ແລະ ຄຸ້ມຄອງສາຂາ
(4) ໂຄສະນາເຜີຍແຜ່ ແລະ ຂ່າວສານ

ຄະນະກຳມະການຕ່າງໆ ປະກອບດ້ວຍ:
(1) ຄະນະກຳມະການ ປະຕິບັດ ແລະ ພັດທະນາ ວິຊາຊີບ
(2) ຄະນະກຳມະການ ສຶກສາ ຄົ້ນຄວ້າ ແລະ ວິຊາການໝຸ່ມ
(3) ຄະນະກຳມະການ ຊ່ວຍເຫຼືອສັງຄົມ ແລະ ສະຫວັດດີການ
(4) ຄະນະກຳມະການ ກວດກາ ແລະ ຕິດຕາມ ຈັນຍາບັນທາງວິຊາຊີບ
(5) ຄະນະກຳມະການ ລະດົມທຶນ
(6) ຄະນະກຳມະການ ພົວພັນພາຍນອກ

ALACE Office
Committee on Professional Practice (CPP)
Committee on Education & Young Ar / Eng (CYA/E)
Committee on Social Responsibility (CSR)
Committee on Monitoring & Ethnics Controlling
Committee on Media & Fund Raising
Committee on External Relation

This site is registered on wpml.org as a development site. Switch to a production site key to remove this banner.