- ສະໝັກສະມາຊິກ
ບຸກຄົນໃດທີ່ມີຄຸນສົມບັດຖືກຕ້ອງ ຕາມທີ່ກໍານົດໄວ້ໃນມາດຕາ 09 ແລະ 10 ຂ້າງເທິງນັ້ນ, ຖ້າມີຈຸດປະສົງ ຢາກສະໝັກເຂົ້າເປັນສະມາຊິກ ຂອງ “ ສ ສ ວ ” ຈະຕ້ອງໄດ້ປະກອບສໍານວນຄໍາຮ້ອງ ສະເໜີຕໍ່ ຄະນະບໍລິຫານງານ ຂອງ “ ສ ສ ວ ” ດ້ວຍຕົນເອງ, ໂດຍຍື່ນຕໍ່ຫ້ອງການ “ ສ ສ ວ ” ຕາມລາຍການດັ່ງລຸ່ມນີ້ :
– ໃບສະໝັກຂໍເຂົ້າເປັນສະມາຊິກ ຂອງ “ ສ ສ ວ ”
– ຊີວະປະຫວັດຫຍໍ້
– ໃບສະຫລຸບຜົນງານການເຄື່ອນໄຫວທີ່ຜ່ານມາ.
– ສໍາເນົາໃບປະກາດສະນິຍະບັດ (ສໍາລັບສະມາຊິກສາມັນ) ຫຼື ສໍາເນົາໃບທະບຽນວິສະຫະກິດ ແລະ ໃບອະນຸຍາດດໍາເນີນທຸລະກິດ (ສໍາລັບສະມາຊິກສະໜັບສະໜູນ)
– ເງິນຄ່າສະໝັກເຂົ້າເປັນສະມາຊິກ
- ລົງທະບຽນເຂົ້າໃຊ້ງານເວັບໄຊ
- ລາຍຊື່ສະມາຊິກ ແລະ ຜົນງານ
- ສະຖິຕິຈຳນວນ ສະມາຊິກ
- ກວດສອບສະຖານະສະມາຊິກ
- ສິດທິປະໂຫຍດຂອງສະມາຊິກ
- ຈະໄດ້ຮັບສິດໃນການເຂົ້າຮ່ວມກິດຈະກຳຕ່າງໆຂອງ ສສວ ເປັນຕົ້ນແມ່ນກິດຈະກຳພົບປະ, ເສວະນາ, ທັດສະນະສຶກສາ, ສຳມະນາ, ກອງປະຊຸມຂອງສະມາຄົມ ທັງມີສິດເລືອກຕັ້ງຄະນະບໍລິຫານງານສະມາຄົມ ແລະ ປະກອບຄຳເຫັນໃນການປັບປຸງການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະມາຄົມ
- ຈະໄດ້ຮັບເງື່ອນໄຂໃນການສະໝັກເປັນສະຖາປະນິກອາຊຽນ (ASEAN Registered Architects) ແລະ ວິສະວະກອນອາຊຽນ (ASEAN Registered Engineers) ເຊິ່ງຈະເຮັດໃຫ້ເປັນທີ່ຮັບຮູ້ ແລະ ສາມາດໄປປະຕິບັດວິຊາຊີບໃນບັນດາປະເທດອາຊຽນຢ່າງຖືກຕ້ອງຕາມກົດໝາຍ
- ຈະໄດ້ຮັບສິດໃນການປົກປ້ອງວິຊາຊີບຕາມກົດໝາຍໃນກໍລະນີເກີດຂໍ້ຂັດແຍ່ງໃນການປະຕິບັດວິຊາຊີບ, ແລະ ສິດໃນການແຂ່ງຂັນວິຊາຊີບຢ່າງຍຸດຕິທຳ
- ຈະໄດ້ຮັບສິດໃນການຮັບສະເໜີທຽບຊັ້ນ ແລະ ຮັບຕຳແໜ່ງວິຊາການຂອງສະຖາປະນິກ ແລະ ວິສະວະກອນໂຍທາລາວໃນລະດັບອາວຸໂສ, ລະດັບຊ່ຽວຊານ ຫຼື ລະດັບປະສົບການຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງວ່າດ້ວຍການຄຸ້ມຄອງວິຊາຊີບຂອງສະຖາປະນິກ ແລະ ວິສະວະກອນໂຍທາສະບັບເລກທີ 1042/ຍທຂ ລົງວັນທີ 10 ພຶດສະພາ 2022
- ຈະໄດ້ຮັບປະໂຫຍດໃນການເຂົ້າຮ່ວມການຍົກລະດັບວິຊາຊີບຢ່າງຕໍ່ເນື່ອງ (Continuing Professional Development) ເປັນຕົ້ນແມ່ນການຝຶກອົບຮົມ, ສຳມະນາແບບປະຕິບັດການ, ການຝຶກປະຕິບັດວິຊາຊີບພາຍໃນ ແລະ ຕ່າງປະເທດ ໂດຍມີສ່ວນຫຼຸດພິເສດ ແລະ ສາມາດເກັບກຳຄະແນນ ແລະ ໜ່ວຍກິດການຝຶກອົບຮົມເພື່ອທຽບລະດັບວຸດທິການສຶກສາໃນຕໍ່ໜ້າ
- ສສວ ຈະສ້າງ ແລະ ເຜີຍແຜ່ຄູ່ມືການປະຕິບັດວິຊາຊີບສຳລັບສະຖາປະນິກ ແລະ ວິສະວະກອນ. ບັນດາສະມາຊິກຈະໄດ້ຮັບສິດໃນການນຳໃຊ້ຄູ່ມືດັ່ງກ່າວ ພ້ອມທັງໄດ້ຮັບສິດໃນການນຳໃຊ້ຊື່-ລະຫັດສະມາຊິກ ແລະ ກາໝາຍການຄ້າຂອງ ສສວ ເພື່ອຮັບປະກັນມາດຕະຖານໃນການດຳເນີນການບໍລິການວິຊາຊີບ
- ຈະໄດ້ຮັບຂໍ້ມູນຂ່າວສານກ່ຽວກັບໂຄງການພັດທະນາ, ໂຄງການກໍ່ສ້າງ, ການປະມູນ, ການແຂ່ງຂັນອອກແບບພາຍໃນ ແລະ ຕ່າງປະເທດ ເຊິ່ງຈະເປີດໂອກາດໃນການເຂົ້າເຖິງວຽກເຮັດງານທຳສຳລັບສະຖາປະນິກ ແລະ ວິສະວະກອນກໍ່ສ້າງລາວ
- ຈະໄດ້ຮັບຂໍ້ມູນ ໃຜເປັນໃຜ? (Who is Who?) ໃນວົງການກໍ່ສ້າງລາວ ແລະ ເຂົ້າຮ່ວມໃນເຄືອຂ່າຍສະຖາປະນິກ, ວິສະວະກອນ, ບໍລິສັດກໍ່ສ້າງ, ບໍລິສັດອອກແບບ, ບໍລິສັດສະໜອງວັດສະດຸກໍ່ສ້າງ ແລະ ສ້າງໂອກາດໃນການສ້າງເຄືອຂ່າຍການປະກອບວິຊາຊີບ ແລະ ການດຳເນີນທຸລະກິດ
- ຈະໄດ້ຮັບສິດໃນການຄັດເລືອກເປັນສະຖາປະນິກ ແລະ ວິສະວະກອນດີເດັ່ນ, ນັບທັງສິດໃນການສົ່ງຜົນງານເຂົ້າປະກວດສະຖາປັດຕະຍະກຳດີເດັ່ນ ແລະ ໂຄງການດີເດັ່ນ
- ໄດ້ຮັບສິດໃນການຊື້ວາລະສານ ALACE ແລະ ສິ່ງພິມຂອງ ສສວ ເປັນຕົ້ນແມ່ນການສຳຫຼວດລາຄາວັດສະດຸກໍ່ສ້າງໃນແຕ່ລະໄລຍະ, ເອກະສານເຕັກນິກກ່ຽວກັບການອອກແບບ-ກໍ່ສ້າງ ດ້ວຍສ່ວນຫຼຸດພິເສດສຳລັບຜູ້ເປັນສະມາຊິກ